ພາລະບົດບາດ - ໂຮງຮຽນເຕັກນິກວິຊາຊີບ

วันพฤหัสบดีที่ 26 กรกฎาคม พ.ศ. 2561

ພາລະບົດບາດ



ພາລະ​ບົດບາດຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ
-​​​​​​ ເປັນ​ບ່ອນ​ຝືກອົບຮົມ​​​ ແລະ ​ຍົກ​ລະດັບ​ວິຊາ​ຊີບ​ຂັ້ນ​ພື້ນຖານ ຕາມ​ຫຼັກສູດ​ນອກ​ລະບົບ​ ​ໂຮງຮຽນ​ໃຫ້​ແກ່​ ຊາວ​ໜຸ່ມ , ​ແມ່ຍິງ ຫຼື​ ຜູ້​ທີ່ດ້ອຍ​ໂອກາດ​ໃນ​ການ​ສຶ​ກສາ ​ເພື່ອ​ເຮັດ​ໃຫ້​ອາຊີບ​ດັ້ງ​ກ່າວ​ເປັນ​ອາຊີບ​ເສີມ​ໃນ​ຂັ້ນ​ພື້ນຖານ​ໃດ​ໜຶ່ງ​ທີ່​ສຳຄັນ​ໃຫ້​ແກ່​ການ​ປະກອບ​ອາຊີບ.
-​ ເປັນບ່ອນຝຶກອົບຮົມຍົກລະດັບແລະເສີມຄວາມຮູ້ໃໝ່ໆທາງດ້ານເຕັກນິກໄລຍະສັ້ນ, ​​ໄລຍະ​ຍາວ ຕາມ​ຫຼັກສູດ​ໃນ​ລະບົບວິຊາ​ຊີບ​ຂັ້ນ​ຕົ້ນ ຫາ ລະດັບ​ປະກາສະນີຍະບັດ​ຊັ້ນ​ກາງ, ທຽບ​ເທົ່າ ຫຼື ​ໃບ​ຢັ້ງຢືນ​ການ​ຝຶກອົບຮົມ​ຕາມ​ແຕ່​ລະ​ສາຂາ​ຂອງການ​ຝຶກອົບຮົມ.
- ຮັບນັກຮຽນທີ່ຮຽນຈົບປະຖົມຂື້ນໄປແລະ ພະນັກງານມາຮຽນຕໍ່ແລ້ວຈັດໃສ່ຮຽນຕາມຫຼັກສູດທີ່ຮ້ອງຂໍແລະເຫຼາະສົມ
- ຮັບນັກຮຽນທີ່ຈົບມັດຖະຍົມປາຍ ( 7 ) ​ແລະ ຜູ້ທີ່ຮຽນຕາມຫຼັກສູດໄລຍະສັ້ນມາຮຽນ​ ​ເພື່ອສືບຕໍ່ຮຽນຕໍ່ເນື່ອງໃຫ້ກາຍເປັນການຮຽນຕາມຫຼັກສູດໄລຍະຍາວປົກກະຕິວິຊາຊີບຊັ້ນການ​ ​ແລະ ຊັ້ນສູງ.

ไม่มีความคิดเห็น:

แสดงความคิดเห็น