ປະຫວັດຄວາມເປັນມາ - ໂຮງຮຽນເຕັກນິກວິຊາຊີບ

วันพฤหัสบดีที่ 26 กรกฎาคม พ.ศ. 2561

ປະຫວັດຄວາມເປັນມາ





ກ່ອນ​ທີ່​ຈະ​ໄດ້​ສ້າງ​ຕັ້ງ​ໂຮງຮຽນ​ເຕັກນິກ-ວິຊາ​ຊີບ​ແບບ​ປະສົມ ແຂວງ​ໄຊ​ຍະ​ບູລີແຫ່ງ​ນີ້ສະຖານ​ທີ່​ດັ່ງກ່າວ​ແມ່ນ​ເປັນ​ໂຮງຮຽນ​ສ້າງ​ຄູ​ຊັ້ນ​ກາງ ​ເລກ​ທີ່ 10 ​ເມື່ອ​ປີ 1984 ​ແລະ ຍຸບ​ມາ​ເປັນ​ໂຮງຮຽນ​ການ​ເມືອງ​ການ​ປົກຄອງ​ຂອງ​ແຂວງ ມາ​ຮອດ​ປີ 2003 ຍ້ອນຄວາມ​​ເໝາະສົມ​ທາງ​ດ້ານ​ທີ່​ຕັ້ງ ​ແລະ ຄວາມ​ຈຳ​ເປັນ​ທາງ​ບຸກຄະລາ​ກອນ​ຈຶ່ງ​ໄດ້​ສ້າງ​ໂຮງ​ຮຽນເຕັກນິກ-ວິຊາຊີບ​ແບບ​ປະສົມ ແຂວງ​ໄຊ​ຍະບູລີຂື້ນ​ຢູ່​ໃນ​ບໍລິ​ເວນ​ດຽວ​ກັນ​ກັບ​ສູນ​ຝຶກ​ອົບຮົມ​ວິຊາ​ຊີບ​ຂັ້ນພື້ນຖານນອກລະບົບ ​ເຊິ່ງ​ໄດ້​ຮັບ​ການ​ສະໜັບສະ​ໜູນ​ຂອງ​ໂຄງການ BAFIS ​ແລະ ກົມ​ອາຊີວະ​ນອກ​ລະບົບ​ ໂຮງຮຽນ​ໃນ​ເດືອນ ກັນຍາ ປີ2003 ນັ້ນ​ລັດຖະມົນຕີ​ກະຊວງ​ສຶຶກສາ​ທິການ​ໄດ້​ອານຸມັດ​ສ້າງ​​ໂຮງຮຽນ​ແຫ່ງ​ນີ້​ຂື້ນ​ຕໍ່​ມາ​ຮອດ ​ສົກ​ປີ 2009​-​2010 ​ໄດ້​ປ່ຽນ​ມາ​ເປັນ​ໂຮງຮຽນ​ເຕັກນິກ-ວິຊາ​ຊີ​ບ​ແບບ​ປະສົມ​ແຂວງ​ໄຊ​ຍະ​ບູລີ ມີ​ຊື່​ຫຍໍ້​ວ່າ: ຮຕ.ຊຍ, ລົງ​ວັນ​ທີ່ 28/06/2002 ​ໂດຍ​ການ​ຍົກ​ລະດັບ​ສູນຝຶກ​ອົບຮົມ​ວິຊາ​ຊີບ​ນອກ​ລະບົບ​ໂຮງຮຽນ​ສູນຝຶກ BAFIS
     ໃນສົກປີ 2009-2010 ທາງໂຮງຮຽນໄດ້ຮັບການຊ່ວຍເຫຼືອທາງດ້ານງົບປະມານໂດຍແມ່ນໂຄງການຮ່ວມມືລາວ-ເຢຍລະມັນ ( ​ໄລຍະທີ່2 ) Lao – German Cooperation Programme (Phrasell )​ໄດ້​ປະກອບສ່ວນ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ອຸປະກອນ​ຮັບ​​ໃຊ້​ໃນ​ການ​ຮຽນ-ການ​ສອນ​ໃຫ້​ໂຮງຮຽນ ​ໄດ້​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ່ 14/ ທັນວາ /​ 2010 ​ເປັນ​ຕົ້ນ​ມາ.

ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ມີຊື່ຫຍໍ້ວ່າ: ຮຕ.ຊຍ,ໄດ້ຮັບ​ການສ້າງຕັ້ງຂຶ້ນຕາມຂໍ້ ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການສະບັບເລກທີ່ 946/ສສ/ 2002/ອຊ, ລົງວັນທີ 28/06/2002 ໂດຍການຍົກລະດັບສູນຝຶກອົບ ຮົມວິຊາຊີບນອກລະບົບໂຮງຮຽນ ( ສູນຝຶກ BAFIS ) ມາເປັນ ໂຮງຮຽນວິຊາຊີບ ແບບປະສົມ ແຂວງໄຊຍະບູລີ ເຊິ່ງເປັນການຈັດການຮຽນ-ການສອນເປັນຫຼັກສູດໄລຍະສັ້ນ(ການຝຶກອົບຮົມວິຊາຊີບ) ແລະ ຫຼັກສູດໄລຍະຍາວ. ໄລຍະນັ້ນແມ່ນເປີດການຮຽນ-ການສອນເປັນຫຼັກສູດໄລຍະຍາວຊັ້ນກາງ 11+3 ໃນ 4 ສາ ຂາວິຊາຮຽນຄື : 1) ສາຂາວິຊາບໍລິຫານທຸລະກິດ, 2) ສາຂາວິຊາປູກຝັງ ແລະວິທະຍາສາດດິນ,  3) ສາຂາວິຊາ ລ້ຽງສັດ ແລະ ການປະມົງ ແລະ 4) ສາຂາວິຊາກໍ່ສ້າງ-ຊ່າງໄມ້ , ຮອດປີ 2009 ເລີ່ມປ່ຽນມາເປັນຫຼັກສູດ ຊັ້ນກາງ 12+2, ນຳໃຊ້ຫຼັກສູດຊັ້ນກາງ 9+3 ແລະ ເປີດຫຼັກສູດຊັ້ນສູງຕໍ່ເນື່ອງ 12+2+1,5 ແຕ່ປີ 2010 ແລະ ໄດ້ປ່ຽນ ຊື່ເປັນໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ຈົນເຖິງປະຈຸບັນ, ຈາກນັ້ນໄດ້ເປີດຫຼັກສູດຊັ້ນສູງຕໍ່ ເນື່ອງ 9+3+2 ເລີ້ມແຕ່ປີ 2014 ເປັນຕົ້ນມາ.

ມາເຖິງປັດຈຸບັນຍັງສາມາດສືບຕໍ່ເປີດສອນຫຼັກສູດລະດັບຝຶກອົບຮົມວິຊາຊີບໃຫ້ກຸ່ມເປົ້າໝາຍ, ຈັດຝຶກອົບຮົມວິຊາຊີບລະດັບ 1 ສາຂາວິຊາ ປຸງແຕ່ງອາຫານ ແລະ ການບໍລິການ, ໄຟຟ້າໃນອາຄານ, ປູກພືດ, ລ້ຽງສັດ ແລະ ກໍ່ສ້າງ, ຊັ້ນກາງ ມີສາຂາວີຊາ ປູກຝັງ, ລ້ຽງສັດ, ການບັນຊີ, ປຸງແຕ່ງອາຫານ ແລະ ການບໍລິການ, ໄຟຟ້າເຕັກນິກ, ຊ່າງເຟີນີເຈີ, ກໍ່ສ້າງເຄຫາສະຖານ, ສ້ອມແປງລົດຍົນ, ສ້ອມແປງທົ່ວໄປ, ຊ່າງຈອດ, ວິຈິດສິນ(ປະຕິມະກຳຂວັດແກະສະຫຼັກໄມ້) ແລະ ຊັ້ນສູງ ສາຂາວິຊາ ການບັນຊີ, ກໍ່ສ້າງເຄຫາສະຖານ, ປູກຝັງ, ລ້ຽງສັດ, ໄຟຟ້າເຕັກນິກ. ທັງນີ້ກໍເພື່ອຕອບສະໜອງກາພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ວາມສາມາດ ອອກຮັບໃຊ້ສັງຄົມຕາມແນວທາງພັກ-ລັດ ໃນການພັດທະນາເສດຖະກິດ​-ສັງຄົມ ກໍຄືການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ພ້ອມທັງສົ່ງເສີມລະບົບການສຶກສາວຽກງານອາຊີວະສຶກສາ ໃຫ້ມີຄຸນນະພາບເທົ່າທຽມກັບການສຶກສາຂອງພາກພື້ນ ແລະ ສາກົນເທື່ອລະກ້າວ.

1.  ຂໍ້ມູນພື້ນຖານຂອງສະຖາ​ການ​ສຶກ​ສາ


1.    ຊື່ຂອງສະຖານການສຶກສາ

ຂຽນເປັນພາສາລາວ
ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ
ຂຽນເປັນພາສາອັງກິດ
Integrated Technical Vocational School of Sayaboury Province
ອັກສອນຫຍໍ້ພາສາລາວ
ຮຕ.ຊຍ
ອັກສອນຫຍໍ້ພາສາອັງກິດ
ITVS.SY
2.    ຊື່ສະຖາບັນກ່ອນຽໜ້ານີ້
ບໍ່ມີ
3.    ສະຖານການສຶກສາຂຶ້ນກັບພາກສ່ວນ
ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ,ກົມອາຊີວະສຶກສາ
ກະຊວງສຶກສາທິການ ແລະ ກິລາ
4.    ທີ່ຕັ້ງຂອງສະຖານການສຶກສາ
ບ້ານສວນ,ເມືອງໄຊຍະບູລີ,ແຂວງໄຊຍະບູລີ
5.    ການສື່ສານພົວພັນ
ໂທລະສັບ, ແຟັກ, ອີເມວ, ເວັບໄຊ....
          ເບີໂທລະສັບ
(074) 212201
          ແຟັກ
(074) 212201
6.    ເວບໄຊຂອງໂຮງຮຽນ
Ivetxayaboury.blogspot.com
     7.     E-mail
thongdynaohvanpheng@yahoo.com
8.      ປີສ້າງຕັ້ງສະຖານການສຶກສາ
2003
9.      ແຜນວາດໂຄງຮ່າງການຈັດຕັ້ງຂອງສະຖາບັນ
ມີເປັນເອກະສານຕິດຂັດ
10.ແຜນວາດອາຄານຂອງສະຖາບັນ
ມີເປັນເອກະສານຕິດຂັດ
11. ວິ​ໃສ​ທັດຂອງ​ສະ​ຖາ​ບັນ
ມີເປັນເອກະສານຕິດຂັດ
12.ພາລະໜ້າທີ່ ​ແລະ ຈຸດໝາຍການກໍ່ສ້າງ​ຂອງ​ສະ​ຖາ​ບັນ
ມີເປັນເອກະສານຕິດຂັດ
     13. ໃບຮັບຮອງຄຸນນະພາບການສຶກສາ

ມີເປັນເອກະສານຕິດຂັດ
 2.  ປະຫັວດຄວາມເປັນມາຂອງສະຖາການ​ສຶກ​ສາ.
ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີມີສະຖານທີ່ຕັ້ງຢູ່ບ້ານສວນ,ເມືອງໄຊຍະບູລີ,
ແຂວງໄຊຍະບູລີ,ຖະໜົນເລກທີ 13 ເໜືອ, ມີຊື່ຫຍໍ້ວ່າ: ຮຕ.ຊຍ,ໄດ້ຖືກສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງທ່ານລັດຖະມົນ
ຕີກະຊວງສຶກສາທິການສະບັບເລກທີ່ 946/ສສ/ 2002/ອຊ, ລົງວັນທີ 28/06/2002 ໂດຍການຍົກລະດັບສູນຝຶກອົບ ຮົມວິຊາຊີບນອກລະບົບໂຮງຮຽນ( ສູນຝຶກ BAFIS )
ໃນປີ 2003 ໄດ້ເອີ້ນຊື່ວ່າໂຮງຮຽນວິຊາຊີບແບບປະສົມແຂວງເຊິ່ງໄດ້ດຳເນີນການຮຽນ-ການສອນພຽງ
ແຕ່ 3 ສາຂາວິຊາຮຽນໃນຫຼັກສູດຊັ້ນກາງ 11+3 ເທົ່ານັ້ນຄື: ສາຂາກະສິກຳ ( ປູກຝັງ ແລະ ລ້ຽງສັດ),ສາຂາກໍ່ສ້າງເຄຫະສະຖານ ແລະ ສາຂາບໍລິຫານທຸລະກິດ.
ມາຮອດປີ 2008 ທາງໂຮງຮຽນກໍ່ໄດ້ຍົກຖານະຂອງໂຮງຮຽນຈາກໂຮງຮຽນວິຊາຊີບແບບປະສົມແຂວງ
ໄຊຍະບູລີມາເປັນໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ແລະ ຂະຫຍາຍສາຂາວິຊາຮຽນຈາກ 3 ສາຂາວິຊາຮຽນມາເປັນ 7 ສາຂາວິຊາຮຽນຈາກຫຼັກສູດຊັ້ນກາງ 11+3  ມາເປັນຫຼັກສູດຊັ້ນກາງ 12+2 ຄື:ສາຂາກໍ່ສ້າງເຄຫະສະຖານ,ຊ່າງໄມ້,ປູກຝັງ,ລ້ຽງສັດ,ບໍລິຫານທຸລະກິດ,ສາຂາປຸງແຕ່ງອາຫານ ແລະ ການບໍລິການ ແລະ ສາຂາສ້ອມແປງທົ່ວໄປ.
               ມາຮອດປີ 2010 ທາງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄດ້ຮັບການຊ່ວຍເຫຼືອໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ປະກອບປັບປຸງອຸປະກອນການຮຽນ-ການສອນ,ພາຍໃຕ້ໂຄງການຮ່ວມມືລາວ-ເຢຍລະມັນ ( Lao-German Cooperation VTTP III ) ແລະ ທາງໂຮງຮຽນກໍ່ໄດ້ມີໃບໜ້າໂສມໃໝ່ເຮັດໃຫ້ສາມາດຂະຫຍາຍສາຂາວິຊາຮຽນອອກອີກຕື່ມ 2 ສາຂາຈາກ 7 ສາຂາວິຊາມາເປັນ 8 ສາຂາວິຊາຮຽນ ແລະ ປະກອບມີ3 ຫຼັກສູດຄື:ຫຼັກສູດຊັ້ນກາງ 12+2 ,ຫຼັກສູດຊັ້ນກາງ 9+3 ແລະ ຫຼັກສູດຊັ້ນສູງຕໍ່ເນື່ອງ 12+2+1,5  ແລະ ຂະຫຍາຍສາຂາວິຊາຮຽນເພີ້ມ 1 ສາຂາໄຟຟ້າເຕັກນິກ.
              ມາຮອດປະຈຸບັນໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄດ້ດຳເນີນຫຼັກສູດການຮຽນການສອນຢູ່ 4 ຫຼັກສູດ,ໂດຍອີງຕາມມາດຖານຫຼັກສູດແຫ່ງຊາດທີ່ໄດ້ຮັບການອະນຸມັດຈາກກະຊວງສຶກສາທິການ ແລະ ກິລາເຊິ່ງປະກອບມີ:
-       ຫຼັກສູດຊັ້ນກາງ 12+2 ປະກອບມີ 7 ສາຂາຄື: ສາຂາປຸງແຕ່ງອາຫານ ແລະ ການບໍລິການ,ສາຂາປູກຝັງ,ສາຂາລ້ຽງສັດ,ໄຟຟ້າເຕັກນິກ,ສ້ອມແປງທົ່ວໄປ,ກໍ່ສ້າງເຄຫະສະຖານ,ບໍລິຫານທຸລະກິດ.
-       ຫຼັກສູດຊັ້ນສູງຕໍ່ເນື່ອງ 12+2+1,5 ປະກອບມີ 5 ສາຂາຄື: ສາຂາປູກຝັງ,ສາຂາລ້ຽງສັດ,ໄຟຟ້າເຕັກນິກ,ກໍ່ສ້າງເຄຫະສະຖານ,ບໍລິຫານທຸລະກິດ.
-       ຫຼັກສູດຊັ້ນສູງຕໍ່ເນື່ອງ 9+3+2 ປະກອບມີ 3 ສາຂາຄື: ສາຂາປູກຝັງ,ສາຂາລ້ຽງສັດ,ໄຟຟ້າເຕັກນິກ
-       ຫຼັກສູດຊັ້ນກາງ 9+3 ປະກອບມີ 5 ສາຂາຄື: ສາຂາປູກຝັງ,ສາຂາລ້ຽງສັດ,ໄຟຟ້າເຕັກນິກ,ສ້ອມແປງທົ່ວໄປ,ສາຂາປຸງແຕ່ງອາຫານ ແລະ ບໍລິການ.


3.  ຈຸດພິເສດ ຫຼື ຈຸດເດັ່ນ



 


        ແຂວງ ໄຊຍະບູລີ ແມ່ນແຂວງໜຶ່ງໃນ 8 ແຂວງພາກເໜືອຂອງລາວ, ຕັ້ງຢູ່ຝັ່ງຂວາຂອງແມ່ນ້ຳຂອງມີເນື້ອທີ່ທັງໝົດ 16,389 Km2 ຕິດກັບ 3 ແຂວງພາກເໜືອຄື: ​ແຂວງບໍ່ແກ້ວ, ​ແຂວງອຸດົມໄຊ​,​ ແຂວງຫຼວງພະບາງແລະ 1 ແຂວງພາກກາງຄື: ​ແຂວງວຽງຈັນ, ທິດຕາເວັນຕົກແລະ ທິດໃຕ້ຕິດກັບ 6 ແຂວງຂອງໄທ ຊຶ່ງມີຄວາມຍາວ 647 Km ຄື: ແຂວງເລີຍ, ແຂວງພິດສະນຸໂລກ, ແຂວງອຸດຕະລະດິດ, ແຂວງນ່ານ, ແຂວງພະເຍົາ, ​ແລະ ແຂວງຊຽງລາຍ.
                  ປະກອບມີ 11 ຕົວເມືອງ, ມີ 446 ບ້ານ, ມີ 69 ກຸ່ມບ້ານ ມີ 45 ບ້ານພັດທະນາແລະ 83 ບ້ານເທດສະບານຄື: ມີ 12 ກຸ່ມບ້ານແລະ 4 ບ້ານພັດທະນາເປັນຈຸດສຸມພັດທະນາຂອງແຂວງມີ 62,452 ຄອບຄົວ, ພົນລະເມືອງທັງໝົດມີ 340,556 ຄົນ, ຍິງ 174,920 ຄົນ, ມີ 8 ເຜົ່າຊົນ, ( ລາວໄຕກວມເອົາ 77% ມອນແມກວມ​​ເອົາ 14,5% ມົ້ງອີວມຽນກວມເອົາ 8% ​ແລະ ຕ່າງດ້າວມີ 0,5%)ແຂວງໄຊຍະບູລີ ເປັນແຂວງທີ່ປູກພືດອຸດສາຫະກຳ, ​ໄມ້ອຸດສາຫະກຳແລະ    ໄມ້ໃຫ້ໝາກຄຽງຄູ່ກັບການສົ່ງເສີມການລ້ຽງສັດຕິດພັນກັບອຸດສາຫະກຳປຸງແຕ່ງ, ການບໍລິການທາງຜ່ານ ແລະ ການທ່ອງທ່ຽວ ແລະ ເປັນແຂວງດຽວໃນ ສ ປ ປ ລາວ ທີ່ມີງານມະຫະກຳບຸນຊ້າງປະຈຳປີ,ເຊິ່ງຈັດຂຶ້ນໃນອາທິດທີ2 ຂອງເດືອນກຸມພາໃນທຸກໆປີ.
         ແຂວງໄຊຍະບູລີມີດ່ານສາກົນ 4 ແຫ່ງ ແລະ 2 ໂຄງການຂະໜາດໃຫຍ່ເຊັ່ນ:ໂຄງການພະລັງງານຄວາມຮ້ອນHongsa Power ແລະ ໂຄງການພະລັງງານເຂື່ອນໄຟຟ້ານໍ້າຂອງ
        ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄດ້ມີການກຳນົດວິໄສທັດ, ພາລະໜ້າທີ່ ແລະ ຈຸດມຸ້ງໝາຍຢ່າງຈະແຈ້ງ ແລະ ຊັດເຈນ,  ມີມາດຕະຖານເພື່ອຮອງຮັບນັກຮຽນ-ນັກສຶກສາເຊັ່ນ:ໃນປີ2010 ພາຍໄຕ້ການຮ່ວມມືໂຄງການລາວ-ເຢຍລະມັນ(Lao-German Cooperation Phrase III) ໂຮງຮຽນມີອາຄານຮຽນທິດສະດີ ແລະ ອາຄານຝຶກງານພາຍໃນ ທີ່ໄດ້ມາດຕະຖານ, ມີອຸປະກອນ-ເຄື່ອງມື ເຄື່ອງຈັກຮັບໃຊ້ການຮຽນ-ການສອນຄົບຖ້ວນ.
       ມີຫ້ອງສະໝຸດ, ຫ້ອງຮຽນ, ຫ້ອງຄອມພິວເຕີ ພຽງພໍກັບຈຳນວນນັກຮຽນ. ມີຫໍພັກເພື່ອຮອງຮັບນັກຮຽນທີ່
ມາຈາກເຂດຫ່າງໄກ ແລະ ຕ່າງແຂວງ. ມີສະຖານທີ່ກວ້າງຂວາງ ມີເດີນຫຼິ້ນກິລາທຸກປະເພດ.



ไม่มีความคิดเห็น:

แสดงความคิดเห็น